ເປີດສູນສື່ມວນຊົນສາກົນຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ

(VOVWORLD) - ໂດຍຖືກຕັ້ງຢູ່ຊັ້ນ 3 ຂອງສູນກອງປະຊຸມແຂວງດ້ຽນບຽນ, ສູນສື່ມວນຊົນສາກົນ ຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 – 7/5/2024) ໄດ້ປະກອບດ້ວຍເຄື່ອງຄອມພິວເຕີ, ລະບົບອິນເຕີເນັດ...
ເປີດສູນສື່ມວນຊົນສາກົນຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1ພິທີເປີດຈັດຂຶ້ນຢູ່ແຂວງ ດ້ຽນບຽນ
(ພາບ:TTXVN)

ຕອນບ່າຍວັນທີ 5 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ໄດ້ເປີດສູນສື່ມວນຊົນສາກົນຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ.

        ໂດຍຖືກຕັ້ງຢູ່ຊັ້ນ 3 ຂອງສູນກອງປະຊຸມແຂວງດ້ຽນບຽນ, ສູນສື່ມວນຊົນສາກົນ ຮັບໃຊ້ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 – 7/5/2024) ໄດ້ປະກອບດ້ວຍເຄື່ອງຄອມພິວເຕີ, ລະບົບອິນເຕີເນັດ, ຮູບພາບພ້ອມກັບຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງພິທີສະເຫຼີມສະຫຼອງຢ່າງຄົບຖ້ວນ, ກໍ່ຄືກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມແຂວງ ດ້ຽນບຽນ ໃຫ້ນັກຂ່າວກ່ວາ 220 ຄົນຢູ່ພາຍໃນປະເທດ ແລະ ນັກຂ່າວສາກົນ ເກືອບ 40 ຄົນທີ່ມີໜ້າຢູ່ ດ້ຽນບຽນ ໃນໂອກາດນີ້.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ວາງສະແດງສິ່ງພິມ 33 ສະບັບຂອງກອງທັບປະຊາຊົນສະບັບພິເສດທີ່ໄດ້ຈຳໜ່າຍຢູ່ສະໜາມຮົບປີ 1954, ພ້ອມກັບການວາງສະແດງພາບຖ່າຍ, ເທບວີດີໂອ “ຫວຽດນາມ ຜາສຸກ -Happy Vietnam 2024”. ພິເສດ, ຊຸດສະແຕມດ້ວຍຫົວຂໍ້ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ກໍ່ໄດ້ຈຳໜ່າຍຢ່າງເປັນທາງການ. ທ່ານ ຫງວຽນແທັງເລີມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

        “ກ່ອນໜ້ານັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ ໄຊຊະນະ ດ້ຽນບຽນຝູ, ຂະແໜງໄປສະນີ, ປະຈຸບັນແມ່ນຂະແໜງຖະແຫຼງຂ່າວ ແລະ ສື່ສານ, ໄດ້ຈຳໜ່າຍບັນດາຊຸດສະແຕມເພື່ອສະເຫຼີມສະຫຼອງ. ນີ້ແມ່ນຊຸດສະແຕມທີ 8 ເຊິ່ງຂະແໜງຖະແຫຼງຂ່າວ ແລະ ສື່ສານເປັນກຽດໄດ້ຈຳໜ່າຍ, ເປັນການປະກອບສ່ວນເລັກນ້ອຍເພື່ອສົ່ງສານເຖິງເພື່ອນມິດສາກົນກ່ຽວກັບລັດທິຮັກຊາດ, ນ້ຳໃຈປະຕິວັດ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຄຸນນະທາດ ແລະ ພູມປັນຍາ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ