ການ​ປ​ະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ເຄື່ອງ​ຊ່ວຍ​ເຫຼືອ​ຖ້ຽວ​ທຳ​ອິດ​ໄດ້​ໄປ​ຜ່ານ​ຂົວ​ກ່ຳ​ປັ່ນ​ແຫ່ງ​ໃໝ່​ເຂົ້າ​ເຂດ ກາ​ຊາ

(VOVWORLD) - ວັນທີ 17 ພຶດສະພາ, ບັນດາລົດບັນທຸກເຄື່ອງຊ່ວຍເຫຼືອບັນເທົ່າທຸກ ໄດ້ຂ້າມຂົວກ່ຳປັ່ນແຫ່ງໃໝ່ ໂດຍ ອາເມລິກາ ກໍ່ສ້າງ ເພື່ອເຂົ້າເຂດ ກາຊາ ໃນສະພາບເກີດການປະທະກັນຢ່າງດຸເດືອດໄດ້ກາຍເປັນອຸປະສັກກີດຂວາງການຊ່ວຍເຫຼືອໃຫ້ແກ່ປະຊາຊົນຢູ່ເຂດດິນແດນທີ່ຖືກປິດລ້ອມນີ້.
ການ​ປ​ະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ເຄື່ອງ​ຊ່ວຍ​ເຫຼືອ​ຖ້ຽວ​ທຳ​ອິດ​ໄດ້​ໄປ​ຜ່ານ​ຂົວ​ກ່ຳ​ປັ່ນ​ແຫ່ງ​ໃໝ່​ເຂົ້າ​ເຂດ ກາ​ຊາ - ảnh 1ທະຫານ ອິດສະຣາແອັນ ປະຈຳຢູ່ທ່າກ່ຳປັ່ນ Ashdod (ພາບ: AFP/TTXVN)

ນີ້ແມ່ນເຄື່ອງຊ່ວຍເຫຼືອຖ້ຽວທຳອິດທີ່ໄດ້ຂ້າມຂົວກ່ຳປັ່ນແຫ່ງໃໝ່, ເຊິ່ງເປັນຄວາມມານະພະຍາຍາມຈາກຫຼາຍປະເທດ ພ້ອມກັນປະຕິບັດ ແນໃສ່ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ່ຊາວ ປາແລດສະຕິນຢູ່ ເຂດ ກາຊາ ຕື່ມອີກ ໂດຍຜ່ານແລວທະເລທີ່ມີລັກສະນະມະນຸດສະທຳ. ຕາມການຄາດຄະເນຂອງ ອາເມລິກາ, ຂົວກ່ຳປັ່ນນີ້ຈະອະນຸຍາດໃຫ້ລົດບັນທຸກ 90 ຄັນ ໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອສາກົນໄປຍັງ ເຂດກາຊາ ໃນແຕ່ລະມື້ ແລະ ອາດຈະເພີ່ມຂຶ້ນ 150 ຄັນ ຕໍ່ວັນ ເມື່ອໄດ້ນຳເຂົ້າເຄື່ອນໄຫວຢ່າງສົມບູນ.

ກໍໃນວັນທີ 17 ພຶດສະພາ, 13 ປະເທດ, ລວມມີ: ແດນມາກ, ແຟງລັງ, ຝລັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ, ຊູແອັດ, ອັງກິດ, ການາດາ, ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ສົ່ງສານຮຽກຮ້ອງ ລັດຖະບານ ອິດສະຣາແອັນ ຢຸດຕິການບຸກໂຈມຕີທາງບົກແນໃສ່ນະຄອນ Rafah ທີ່ມີຊຸມຊົນດຳລົງຊີວິດເປັນຈຳນວນຫຼາຍຢູ່ສົ້ນໃຕ້ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ