ປະ​ກ​າດ “ບົດ​ລາຍ​ງານ​ການ​ນຳ​ເຂົ້າ​ສົ່ງ​ອອກ ຫວຽດ​ນາມ 2023”

(VOVWORLD) - ບົດລາຍງານສຸມໃສ່ບັນດາຂໍ້ມູນກ່ຽວກັບສະພາບການຕະຫຼາດສົ່ງອອກ, ໃນນັ້ນ ບໍ່ພຽງແຕ່ໝາກຜົນຂອງການສົ່ງອອກເທົ່ານັ້ນ ຫາກຍັງ ຍົກອອກທັງບັນດານະໂຍບາຍໃໝ່ຂອງຕະຫຼາດນຳເຂົ້າອີກດ້ວຍ
ປະ​ກ​າດ “ບົດ​ລາຍ​ງານ​ການ​ນຳ​ເຂົ້າ​ສົ່ງ​ອອກ ຫວຽດ​ນາມ 2023” - ảnh 1ພິທີປະກາດ “ບົດລາຍງານການນຳເຂົ້າສົ່ງອອກ ຫວຽດນາມ 2023” (ພາບ: VOV)

ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ “ບົດລາຍງານການນຳເຂົ້າສົ່ງອອກ ຫວຽດນາມ 2023” ໄດ້ຮັບການປະກາດຄັ້ງທີ 8. ຈຸດພົ້ນເດັ່ນໃນບົດລາຍງານນຳເຂົ້າສົ່ງອອກ ຫວຽດນາມ 2023 ບໍ່ພຽງແຕ່ແມ່ນຮູບພາບສັງລວມກ່ຽວກັບການເຄື່ອນໄຫວນຳເຂົ້າສົ່ງອອກ ສິນຄ້າ ໃນປີ 2023 ແລະ ການຄາດຄະເນ ໃນປີ 2024 ເທົ່ານັ້ນ ຫາກຍັງ ມີຫຼາຍຂໍ້ມູນທີ່ມີປະໂຫຍດ ກ່ຽວກັບ ສະພາບການຕະຫຼາດນຳເຂົ້າສົ່ງອອກສາກົນ, ບັນດາເອກະສານນິຕິກຳກົດໝາຍ, ທ່າອ່ຽງໃນການນຳເຂົ້າສົ່ງອອກຂອງບັນດາຕະຫຼາດສົ່ງອອກຂອງ ຫວຽດນາມອີກດ້ວຍ. ທ່ານນາງ ຫງວຽນເກິມຈາງ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ບົດລາຍງານສຸມໃສ່ບັນດາຂໍ້ມູນກ່ຽວກັບສະພາບການຕະຫຼາດສົ່ງອອກ, ໃນນັ້ນ ບໍ່ພຽງແຕ່ໝາກຜົນຂອງການສົ່ງອອກເທົ່ານັ້ນ ຫາກຍັງ ຍົກອອກທັງບັນດານະໂຍບາຍໃໝ່ຂອງຕະຫຼາດນຳເຂົ້າອີກດ້ວຍ, ຍ້ອນວ່າ ນັ້ນແມ່ນບັນດາຂໍ້ມູນ ເຊິ່ງບັນດາວິສາຫະກິດທຳການຜະລິດ ມີຄວາມສົນໃຈ, ມີຜົນປະໂຫຍດຕໍ່ການເຄື່ອນໄຫວສົ່ງອອກຂອງວິສາຫະກິດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ